ດຣ. ຄຳໃສ ເດດລືໄຊ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ກ່າວວ່າ ປັດຈຸບັນຫຼາຍບ້ານກາຍເປັນບ້ານແດງ ແລະບ້ານທີ່ເປັນບ້ານແດງແມ່ນຈະມີປ້າຍບອກ ເພື່ອໃຫ້ປະຊາຊົນຄົນອື່ນຮັບຊາບວ່າ ນີ້ແມ່ນບ້ານແດງພ້ອມທັງມີເຈົ້າໜ້າທີ່ເວນຍາມຕະຫຼອດ 24 ຊົ່ວໂມງ.

ໂດຍທົ່ວໄປແລ້ວ ເມື່ອບ້ານໃດໜຶ່ງຖືກກໍານົດວ່າເປັນບ້ານແດງ ບ້ານດັ່ງກ່າວຈະຕ້ອງໄດ້ປະຕິບັດມາດຕະການປິດບ້ານ ບໍ່ໃຫ້ຄົນພາຍນອກເຂົ້າມາໃນບ້ານ ເພື່ອປ້ອງກັນການແຜ່ເຊື້ອ ຍົກເວັ້ນທິມແພດ ທີ່ມາເຮັດວຽກກ່ຽວຂ້ອງກັບພະຍາດໂຄວິດ 19. ສວ່ນປະຊາຊົນທຸກຄົນທີ່ຢູ່ບ້ານແດງ ຄວນປະຕິບັດເຊັ່ນນີ້:
1 ຕ້ອງໄດ້ພ້ອມໃຈກັນ ຢູ່ເຮືອນ ບໍ່ອອກຈາກບ້ານ ແລະ ບໍ່ຄົບຄົນອື່ນ.
2 ບໍ່ອະນຸຍາດໃຫ້ການຈັດງານສັງສັນ ຊຸມແຊວໃດໆ.

 

3 ຊາວບ້ານ ບ້ານແດງ ແມ່ນຕ້ອງໄດ້ປົກປ້ອງຕົນເອງເປັນພິເສດ ແລະ ເຂັ້ມງວດ ໂດຍການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມື, ຢູ່ຫ່າງກັນ ຢ່າງໜ້ອຍ 1 ແມັດຂື້ນໄປ ແລະ ສະມາຊິກຄອບຄົວ ຄວນແຍກກັນກິນເຂົ້າ ກິນໃຜກິນມັນ.
4 ໃຫ້ການຈັດຕັ້ງບ້ານຮັບຜິດຊອບໃນການຊ່ວຍຈັດຊື້ເຄື່ອງອຸປະໂພກ, ບໍລິໂພກໃຫ້ແກ່ຄອບຄົວ ຫຼື ເຮືອນທີ່ມີຜູ້ຕິດເຊື້ອ
5 ຖ້າມີພະນັກງານ-ລັດຖະກອນ ສັງກັດຢູ່ບ້ານແດງ ດີທີ່ສຸດ ຄວນຢຸດໄປເຮັດວຽກຢູ່ຫ້ອງການຊົ່ວຄາວ ແຕ່ເລືອກວິທີເຮັດວຽກຢູ່ເຮືອນແທນ. ສໍາລັບບາງໜ້າວຽກທີ່ຂາດບໍ່ໄດ້ ຕ້ອງເຮັດຢູ່ຫ້ອງການເທົ່ານັ້ນ ກໍ່ຄວນຈະໄດ້ແຈ້ງນາຍບ້ານ ເພື່ອຂໍເອກກະສານຢັ້ງຢືນເພື່ອ ອອກ-ເຂົ້າບ້ານ ຫຼື ມີເອກະສານຢັ້ງຢືນຈາກຫ້ອງການ ເພີ່ມເຕີມຍິ່ງເດີ.

6 ປະຊາຊົນບ້ານແດງ ທີ່ມີສວ່ນພົວພັນໄກ້ຊິດ ກັບຄົນຕິດເຊື້ອ ກໍ່ຄວນໄດ້ກະກຽມທາມລາຍຂອງຕົນ ໃຫ້ຈະແຈ້ງ ແລະ ຖືກຕ້ອງ ເພື່ອການສອບສວນຂອງແພດ ຈະບໍ່ໃຊ້ເວລາຫຼາຍ ຈາກນັ້ນ ກໍ່ຕຽມຄວາມພ້ອມ ເພື່ອໃຫ້ແພດເກັບຕົວຢ່າງໄປກວດ. ໃນຂະນະດຽວກັນ ກໍ່່ຕ້ອງແຍກຕົວຈາກຄົນອື່ນ ໃຫ້ຄົບ 2 ອາທິດ ເຖິງວ່າຈະໄດ້ຮັບການຢັ້ງຢືນການກວດວ່າເປັນຜົນລົບກໍ່ຕາມ.
7 ປະຊາຊົນບ້ານແດງ ທີ່ຍັງບໍ່ທັນໄດ້ສັກວັກຊິນ ກໍ່ກຽມຕົວເອງ ເພື່ອແພດຈະໄດ້ເຄື່ອນທີ່ໄປສັກວັກຊິນຢູ່ກັບບ້ານເລີຍ.

8 ສໍາລັບຄອບຄົວຂອງຄົນຕິດເຊື້ອ ທີ່ຢູ່ບ້ານແດງ ຄວນໄດ້ທໍາຄວາມສະອາດ ແລະ ຂ້າເຊື້ອຢູ່ໃນເຮືອນຕົນເອງ, ໂດຍການເຊັດຖູດ້ວຍນໍ້າຢາຂ້າເຊື້ອ. ໃນຈຸດທີ່ບໍ່ສາມາດເຊັດຖູໄດ້ ສາມາດສີດຜົ່ນຢາຂ້າເຊື້ອໄດ້ ແຕ່ສະມາຊິກທັງໝົດໃນຄອບຄົວ ຕ້ອງອອກມາລໍຖ້າຢູ່ເດີ່ນເຮືອນ ແລະ ລໍຖ້າຈົນກວ່າການສີດຜົ່ນນັ້ນ ເຫີຍແຫ້ງ ຈຶ່ງເຂົ້າໄປໃນເຮືອນ ເພື່ອຫຼີກເວັ້ນ ຜົນກະທົບຂອງຢາຂ້າເຊື້ອຕໍ່ຜິວໜັງ ແລະ ລະບົບຫາຍໃຈຂອງທຸກຄົນ.
9 ບ້ານແດງ ຈະກາຍເປັນບ້ານເຫຼືອງ ໃນເມື່ອການປະຕິບັດມາດຕະການປິດບ້ານໄດ້ຄົບ 14 ວັນ ແລະ ບໍ່ມີເຫດການແຜ່ເຊື້ອໃນບ້ານດັ່ງກ່າວໃນເວລາ 14 ວັນດັ່ງກ່າວ.