ສປປລາວ ພົບກໍລະນີຕິດເຊື້ອໃຫມ່່ 211 ຄົນ; ໃນນິີເປັນກໍລະນີໃນຊຸມຊົນພາຍໃນ 77 ຄົນ ຫຼາຍກວ່າໝູ່ແມ່ນແຂວງຄໍາມ່ວນ 30 ຮອງມາແມ່ນ ຈໍາປາສັກ 16 ຄົນ, ກໍລະນີນໍາເຂົ້າທັງໝົດ 134 ຄົນ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ປະຈໍາວັນທີ 8 ກັນຍາ 2021 ວ່າ ມາຮອດວັນທີ 7 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.385 ຄົນ,

ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 211 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 77 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 134 ຄົນ ຈາກ ສະຫວັນນະເຂດ 53 ຄົນ, ຈໍາປາສັກ 15 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ, ສາລະວັນ 34 ຄົນ, ຄໍາມ່ວນ 10 ຄົນ ແລະ ຫຼວງພະບາງ 6 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ຜູ້ຕິດເຊື້ອໃນຊຸມຊົນມີ 77 ຄົນ ຫຼາຍກວ່າໝູ່ແມ່ນແຂວງາມ່ວນ 30 ຄົນ, ຈໍາປາສັກ 16 ຄົນ, ສະຫວັນນະເຂດ 10 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ສາລະວັນ 7 ຄົນ, ບໍ່ແກ້ວ 5 ຄົນ, ແລະ ຫຼວງພະບາງ 2 ຄົນ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,576 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.510 ຄົນ.

ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ ຄື: ບ້ານດອນຕີ້ວ ເມືອງໄຊທານີ ແລະ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ.
ສຳລັບສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນມີ: ຕະຫຼາດດົງໝາກຄາຍ, ຕະຫຼາດຂາຍຜັກແຄມທາງໃຫ່ຍບ້ານສະພັງມືກ.

ຂໍຂອບໃຈ ຂ່າວເສດຖະກິດການຄ້າ