ວັນທີ 29 ມີຖຸນາ 2021 ຢູ່ທີ່ສະໂມສອນເມືອງຈຳພອນ ໄດ້ຈັດພິທີມອບ-ໂອນ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໄປຂື້ນ ກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຈໍາພອນ ແຂວງສະຫວັນນະເຂດ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ, ທ່ານ ພອນສະໄຫມ ຈັນສີນາ ຫົວຫນ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ເລຂາຄະນະພັກຮາກຖານກຸ່ມບ້ານໃນທົ່ວເມືອງເຂົ້າຮ່ວມ.


ພາຍຫຼັງທີ່ທ່ານ ສຳລານ ພະຈອມພົນ ຫົວຫນ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຈຳພອນ ໄດ້ຂື້ນຜ່ານບົດສະຫລຸບ ແລະ ວາງທິດທາງແຜນການວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງເປັນທາງການແລ້ວ ຈາກນັ້ນທ່ານ ນາງ ແວວຄຳ ອິນສົມບັດ ກຳມະການພັກເມືອງ ຫົວຫນ້າຫ້ອງການພາຍໃນເມືອງກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຈໍາພອນວ່າດ້ວຍການຍຸບຫ້ອງການ ແລະມອບໂອນສັບສິນທາງປັນຍາມາດຕະຖານ ແລະ ການວັດແທກ ໄປຂື້ນກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ຈຳພອນ ພ້ອມນີ້ທ່ານ ບຸນຍູ້ ລຸນລາທິສັກ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງ ວ່າດ້ວຍການຍົກຍ້າຍບ່ອນປະຈຳການຂອງພະນັກງານ ໄປຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຫ້ອງວ່າການປົກຄອງເມືອງໃນພິທີຍັງໄດ້ມີການເຊັນບົດບັນທືກມອບ-ໂອນ ຫົວຫນ້າຫ້ອງການວິທະຍາສາດ ເຕັກໂນໂລຊີ ແລະ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລະຫວ່າງທ່ານ ສຳລານ ພະຈອມພົນ ແລະ ທ່ານ ຈັນທະລາ ສອນວັນນະເຮືອງ ຕື່ມອີກ.


ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີມອບ-ໂອນ ວຽກງານວິທະຍາສາດໄປຂື້ນກັບອຸດສາຫະກຳ ແລະ ການຄ້າຄັ້ງນີ້ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຍັງໄດ້ມອບເງິນຈຳນວນ 3.000.000 ກີບເພື່ອສົມທົບທຶນໃນການກໍ່ສ້າງທາງເບຕົງພາຍໃນເມືອງຈໍາພອນ ໂດຍການຮັບຂອງທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ.

ຂໍຂອບໃຈ ເສດຖະກິດການຄ້າ