ວັນທີ 2 ກຸມພາ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມ ເພື່ອຮັບເອົາການຊ່ວຍເຫຼືອລ້າ ນອກແຜນ ເຊິ່ງເປັນການຊ່ວຍເຫຼືອຈາກ ລັດຖະບານ ຍີ່ປຸ່ນ ໃນການສ້າງລະບົບ ການແຈ້ງເຕືອນໄພນໍ້າຖ້ວມ ລ່ວງໜ້າ ຢູ່ 6 ແຂວງ ຂອງ ສປປ ລາວ ລວມມູນຄ່າ 1 ຕື້ເຢນ ຫຼື ປະມານ 8,78 ລ້ານໂດລາສະຫະລັດ, ເຊິ່ງຮ່ວມເຊັນສັນຍາກັນລະຫວ່າງ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າໃຫ້ ລັດຖະບານ ຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຂຄໍາພິທູນ,

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ ລັດຖະບານ ສປປ ລາວ, ພ້ອມດ້ວຍບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສຳລັບ 6 ແຂວງ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ລວມມີ ແຂວງ ຈໍາປາສັກ, ສາລະວັນ, ສະຫວັນນະເຂດ, ເຊກອງ, ອັດຕະປື ແລະ ແຂວງ ຄໍາມ່ວນ ເຊິ່ງຈະສາມາດສະໜອງຂໍ້ມູນການພະຍາກອນອາກາດທີ່ຊັດເຈນ ແລະ ການແຈ້ງເຕືອນໄພເພື່ອກະກຽມຮັບມືຢ່າງທັນການ ແລະ ທັງຈະເປັນການຊ່ວຍຫຼຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍໃຫ້ເບົາບາງລົງ. ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວວ່າ: ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ

ເຊິ່ງແມ່ນການຊ່ວຍເຫຼືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງ ສປປ ລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ. ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງ ໂຄງການຊ່ວຍເຫຼືອ ຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານ ຂອງສອງປະ ເທດ ຍີ່ປຸ່ນ ແລະ ສປປ ລາວ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ລວມທັງການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ທີ່ຜູ້ນໍາສອງປເທດໄດ້ຮັບຮອງຮ່ວມກັນ.

ຂໍ້ມູນ: laophattananews.