1 ດອກບົວ: ເປັນດອກໄມ້ມຸງຄຸນ ທີ່ມີຄຸນຄ່າ ແລະ ເປັນສັນຍາລັກແຫ່ງຄວາມບໍລິສຸດ ມີພະລັງສ້າງສັນ ດັ່ງນັ້ນຈຶ່ງເປັນດອກໄມ້ທີ່ນິຍົມນໍາມາບູຊາໄຫວ້ພຣະຫຼາຍທີ່ສຸດ ເຊິ່ງມີຄວາມເຊື່ອວ່າຈະເຮັດໃຫ້ພົບແຕ່ຄວາມສໍາເລັດ.

.


2 ດອກດາວເຮືອງ: ຊ່ວຍສົ່ງເສີມໃຫ້ຊີວິດມີແຕ່ຄວາມຈະເລີນກ້າວໜ້າ ຮຸ່ງເຮືອງສົມຊື່ ມີເງິນທອງໃຊ້ ຈະສັງເກດເຫັນວ່າຄົນສ່ວນຫຼາຍນິຍົມເອົາດອກດາວເຮືອງມາຮ້ອຍເປັນພວງມະໄລ ເພື່ອໃຫ້ໃນພິທີຕ່າງໆດ້ວຍ.

3 ດອກມະລິ: ບໍ່ວ່າຈະເປັນດອກມະລິຫຍັງກໍ່ຕາມ ຈະເຮັດໃຫ້ພົບແຕ່ຄວາມສຸກ ສົດຊື່ນ ຄວາມສົມບູນ ຖືເປັນດອກໄມ້ສິຣິມມົງຄຸນໃນດ້ານທີ່ເຮັດໃຫ້ຄົນໃນບ້ານມີຄວາມບໍລິສຸດ ມີຄວາມຮັກ ຄວາມຄິດເຖິງແກ່ບຸກຄົນທົ່ວໄປ ດອກມະລິເປັນໄມ້ມົງຄຸນທີ່ສູງຄ່ານິຍົມໃຊ້ບູຊາພຣະໃນທຸກຮູບແບບ ຄວາມສີຂາວບໍລິສຸດ ແລະ ກິ່ນຫອມເຢັນ ຈະສົ່ງເສີມໃຫ້ຢູ່ດີີສຸກ.


4 ດອກກຸຫຼາບ: ມີສະເໜ່ເປັນທີ່ຮັກແກ່ຜູ້ພົບເຫັນ ດ້ວຍຄວາມທີ່ມີລັກສະນະ ແລະ ສີສັນສວຍງາມ ບູຮານເຊື່ອວ່າຫາກຄອບຄົວໃດປູກດອກກຸຫຼາບເອົາໄວ້ພາຍໃນບໍລິເວນເຮືອນ ກໍ່ໜ້າຈະຊ່ວຍເພີ່ມຄວາມສະຫງ່າງາມໃຫ້ ໃຜໆຕ່າງກໍ່ຮັກ ແລະ ຍົກຍ້ອງ.


5 ດອກກ້ວຍໄມ້: ພົບແຕ່ຄວາມສໍາເລັດ ການເຮັດສິ່ງໃດໆ ກໍ່ລາບລື່ນ ຜ່ານພົ້ນໄປໄດ້ດ້ວຍດີ ແລະ ຍັງເປັນສັນຍາລັກທີ່ສື່ເຖິງມິດຕະພາບ ຄວາມງົດງາມ ຄວາມບໍລິສຸດ