ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຄັດເລືອກເອົາກໍາລັງໃໝ່ ທີ່ຮຽນຈົບວິຊາສະເພາະຈາກສະຖາບັນການສຶກສາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ແລະ ຮຽນຈົບຊັ້ນ ມ 7 ທີ່ມີມາດຖານ-ເງື່ອນໄຂ ເພື່ອສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ປະຈໍາ ປີ 2022 ໃນອາທິດຜ່ານມານີ້, ເຂົ້າ ຮ່ວມໂດຍ ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຫົວໜ້າຄະນະຮັບຜິດຊອບກວດກາ ແລະ ຮັບກໍາລັງໃໝ່, ມີຄະນະຮັບຜິດຊອບກວດກາ ແລະ ຮັບກໍາລັງໃໝ່, ພໍ່-ແມ່ຜູ້ປົກຄອງ ແລະ ຜູ້ທີ່ມາສະໝັກເປັນກໍາລັງໃໝ່ ເຂົ້າຮ່ວມ.

ພັອ ຄໍາສິນ ຜິວວັນນາ ໄດ້ຜ່ານແຈ້ງການ ສະບັບເລກທີ 7726/ປກສ.ຊລ ລົງວັນທີ 12 ຕຸລາ 2022 ເລື່ອງການຮັບກໍາລັງໃໝ່ເຂົ້າເປັນກໍາລັງປ້ອງ ກັນຄວາມສະຫງົບ ແຂວງໄຊຍະບູລີ ປະຈໍາປີ 2022, ເຊິ່ງຜູ້ທີ່ຈະສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ຕ້ອງມາດຖານຄົບຖ້ວນຕາມການ ແຈ້ງການ ຄື: ຕ້ອງເປັນຄົນລາວ, ຖືສັນຊາດລາວມາແຕ່ກໍາເນີດ, ມີ ອາຍຸກະສຽນແຕ່ 18-30 ປີ, ມີປະຫວັດຈະແຈ້ງຂາວສະອາດ, ຖານະໂສດ, ບໍ່ເຄີຍຖືກເຈົ້າໜ້າທີ່ດໍາເນີນຄະດີ ແລະ ບໍ່ຖືກສານຕັດອິດສະລະພາບມາກ່ອນ, ມີທັດສະນະຫຼັກໝັ້ນ, ທາດແທ້ການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນ, ຢືດໝັ້ນອຸດົມການສັງຄົມນິຍົມ, ມີຄວາມມັກຮັກໃນອາຊີບ, ກ້າຫານເສຍສະຫຼະ ແລະ ກຽມພ້ອມປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍ, ມີສຸຂະພາບແຂງແຮງດີ, ຮູບຮ່າງສົມບູນ, ຕ້ອງເປັນຜູ້ຍິງ, ຜູ້ຊາຍແທ້, ບໍ່ເສຍອົງຄະ, ບໍ່ດັດແຂ້ວ, ບໍ່ສັກລາຍ, ບໍ່ບ່ອງຫູ ( ສະເພາະຜູ້ຍິງບໍ່ບ່ອງຫູຫຼາຍຮູ ) ບໍ່ເຮັດໄສຍະກໍາໃບໜ້າ, ບໍ່ດັດແປງອະໄວຍະວະຕ່າງໆຂອງຮ່າງກາຍ, ບໍ່ມີພະຍາດຕິດແປດຊໍາເຮື້ອ, ມີສະຕິສໍາປັດສະຍະຄົບຖ້ວນສົມບູນ, ສາຍຕາແຈ້ງດີ, ບໍ່ມີປະຫວັດເຄື່ອນໄຫວພົວພັນກັບ ສິ່ງຜິດກົດໝາຍ, ບໍ່ພົວພັນສິ່ງເສບຕິດ ແລະ ອື່ນໆທີ່ລະບຽບກົດໝາຍເກືອດຫ້າມ.

ຄຽງຄູ່ກັນນັ້ນ, ເພດຊາຍຕ້ອງມີລວງສູງ 160 ຊັງຕີແມັດຂຶ້ນໄປ, ນໍ້າໝັກ 50 ຫາ 85 ກິໂລກຼາມ, ເພດຍິງ ລວງສູງ 155 ຊັງຕີແມັດຂຶ້ນໄປ, ນໍ້າໝັກ 45-65 ກິໂລ ກຼາມ, ຕ້ອງເປັນຜູ້ທີ່ຮຽນຈົບວັດ ທະນະທໍາ ມ7, ມີອາຍຸລະຫວ່າງ 18-22 ປີ, ຜູ້ທີ່ຮຽນຈົບວິຊາຊີບຕ່າງໆ ເພດຊາຍອາຍຸບໍ່ເກີນ 30 ປີ, ເພດຍິງ ອາຍຸບໍ່ເກີນ 28 ປີ ( ຖານະໂສດ ) ຖ້າມາດຖານເງື່ອນໄຂບໍ່ຄົບແມ່ນບໍ່ໃຫ້ສະໝັກ ເພື່ອຄັດ ເລື່ອກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ. ການຄັດເອົາກໍາລັງໃໝ່ຄັ້ງນີ້, ມີຜູ້ມາສະໝັກທັງໝົດ 197 ຄົນ ຍິງ 74 ຄົນ.