ວັດປ່າພະບາດພູເຂົາຄວາຍ ວັດສັກສິດທີ່ຕັ້ງຢູ່ກາງພູເຂົາ ໃຊ້ເວລາເດີນທາງຈາກວົງວຽນດອນໜູນ, ນະຄອນຫຼວງວຽງຈັນ ພຽງແຕ່ 1ຊົ່ວໂມງເຄິ່ງ, ເພື່ອໄປເຮັດບຸນຂໍພອນ, ເຈີມຝາມື ແລະ ໄປເບິ່ງຮູບປັ້ນພະພຸດທະເຈົ້າ ແລະ ຜີນາລົກ.

.

1 ເລີ່ມຈາກວົງວຽນດອນໜູນ ຂີ່ໄປຕາມເສັ້ນທາງທ່າງ່ອນ, ຂ້າມຂົວທ່າງ່ອນ, ໄປຕາມເສັ້ນທາງໄປບ້ານເກິນ.
2 ລະຫວ່າງທາງໄປເຮົາກໍຈະເຫັນເຈດີວັດພະພຸດທະເຈົ້າໂຄຕະມະ ທີ່ຕັ້ງຢູ່ໃກຈາກຫົນທາງແຕ່ກໍແນມເຫັນ, ພວກເຮົາເລີຍລ້ຽວລົດກັບເພື່ອເຂົ້າໄປເບິ່ງ ປາກົດວ່າ: ເຂົ້າໄປດ້ານໃນວັດ ເຈດີແມ່ນງາມຫຼາຍ ສະຖານທີ່ແມ່ນ: ບ້ານນາຂຸນຂຽນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຊື່ເຕັມຂອງວັດແມ່ນ: ວັດພຣະສາດສະດາສັມມາສັມພຸດທະເຈົ້າສິດທະຖະພຸດທະໂຄຕະມະ.

3 ຫຼັງຈາກນັ້ນເຮົາອອກເດີນທາງຕໍ່ ເພື່ອໄປວັດປ່າພະບາດພູເຂົາຄວາຍ, ຂີ່ໄປຕາມທາງຈະເຫັນປະຕູໂຂງວັດ ທີ່ຊີ້ບອກທາງໄປ, ຂີ່ເຂົ້າໄປເລື້ອຍໆຈະຜ່ານບ້ານຄົນ, ປ່າ ແລະ ຟາມຕ່າງໆ ປະມານ 5ກິໂລແມັດ ຈາກປະຕູໂຂງ ເຮົາກໍຈະເຫັນທາງເຂົ້າວັດ ຫຼືປະຕູໂຂງອັນທີສອງ.
4 ເມື່ອຮອດປະໂຕໂຂງທີສອງແລ້ວ ລ້ຽວຂວາຕາມທາງຄອນກີດໄປເຮົາກໍຈະໄປສູ່ບໍລິເວນຮອຍພະບາດ ໄປກາບຂໍພອນ, ເຮັດບຸນ ແລະ ຍ່າງຂຶ້ນໄປບໍລິເວນພຣະພຸດທະຮູບໃຫຍ່ຢູ່ດ້ານເທິງເພື່ອຂໍພອນກໍໄດ້ເຊັ່ນກັນ, ໝາຍເຫດ: ຜູ້ຍິງບໍ່ສາມາດໃສ່ໂສ້ງເຂົ້າໄປດ້ານໃນຂອງຮອຍພະບາດໄດ້ ແຕ່ຢູ່ດ້ານໜ້າກໍມີສິ້ນໃຫ້ໃສ່ ເຊິ່ງເຮົາສາມາດບໍລິຈາກລົງຕູ້ບໍລິຈາກໄດ້ເລີຍ.

.

5 ຫຼັງຈາກທີ່ຂໍພອນແລ້ວ ເຮົາກໍກັບຄືນມາທາງເຂົ້າອີກເທື່ອໜຶ່ງ ຫຼືປະຕູໂຂງທີສອງ ແລ້ວລ້ຽວຊ້າຍໄປຕາມກຳແພງວັດເລື້ອຍໆ ເຮົາຈະປະກົດເຫັນຮູບປັ້ນພະທີ່ຕັ້ງຢູ່ດ້ານເທີງພູຢ່າງຫຼວງຫຼາຍ, ສວຍງາມ ແລະ ມີຄວາມສັກສິດຫຼາຍ.
6 ຫຼັງຈາກນັ້ນຂີ່ໄປອີກໜ້ອຍໜຶ່ງເຮົາກໍຈະພົບບໍລິເວນທີ່ເປັນນາລົກ ແລະ ສະຫວັນ ທີ່ມີຮູບປັ້ນຜີຕ່າງໆໃນນາລົກ ແລະ ພະພຸດທະເຈົ້າຫຼາຍໆອົງ (ໃນສ່ວນນີ້ພວກເຮົາບໍ່ຈື່ຊື່ວ່າບໍລິເວນນັ້ນເພິ່ນເອີ້ນວ່າວັດຫຍັງ).

ຍ່າງຕໍ່ໄປອີກໜ້ອຍໜຶ່ງເຮົາກໍຈະໄປເຮັດບຸນ ທານປັດໄຈ ແລ້ວ ຂໍເຈີມຝາມື, ເຈີມໂທລະສັບຕ່າງໆ ນຳປູ່ຜ້າຂາວ (ສາມາດສອບຖາມນຳຄົນແຖວນັ້ນໄດ້ເລີຍວ່າກຸດເພິ່ນຢູ່ບ່ອນໃດ) ເພື່ອຄວາມເປັນສິຣິມົງຄຸນໃຫ້ຕົວເອງ (ນີ້ແມ່ນຄວາມເຊື່ອສ່ວນບຸກຄົນເດີ້).
7 ພໍແຕ່ເຮັດບຸນຂໍພອນແລ້ວ ເຮົາກໍເດີນທາງກັບ ແລະ ແວ່ອຸດໜຸນສິນຄ້າຂອງປະຊາຊົນແຖວນັ້ນທີ່ຂາຍຢູ່ລະຫວ່າງທາງ.

ຈາກ: ເພຈກິນແລະທ່ຽວ