ໄລຍະຕົ້ນໃນເດືອນທັນວາ 2021 ຫາ ຕົ້ນເດືອນມັງກອນ 2022 ເຈົ້າກນ້າທີ່ ປກສ ເມືອງທູລະຄົມ ແຂວງວຽງຈັນ ມ້າງກຸ່ມ ແງລັກລົດຈັກ 3 ກຸ່ມ ຜູ້ຖືກຫາ 6 ຄົນ ເກັບກູ້ໄດ້ລົດຈັກ 5 ຄົນ.

ເຈົ້າຫນ້າທີ່ ເປີດເຜີຍວ່າ “ໄດ້ຕິດຕາມເປົ້າຫມາຍ ລັ ກ ຊັບມາໄດ້ໄລຍະຫນຶ່ງຈຶ່ງສາມາດກັກຕົວກຸ່ມລັກລົດຈັກໄດ້ 3 ກຸ່ມ ແລະ ເກັບກູ້ລົດຈັກໄດ້ຄືນ 5 ຄັນ, ໃນນັ້ນມີລົດຈັກ HONDA WAVE 4 ຄັນ, SUZUKI Smash 2 ຄັນ, ເຊິ່ງເປັນລົດຂອງປະຊາຊົນບ້ານນໍ້າຫຍາມ, ປະຊາຊົນບ້ານນາໝາກ, ພະນັກງານຄູ ແລະ ຊາວໜຸ່ມບ້ານວັງເຮືອ, ລົດຂອງພະນັກງານຢູ່ບ້ານໂພນເງິນ ເມືອງໂພນໂຮງ ແຂວງວຽງຈັນ.”

ປັດຈຸບັນ, ເຈົ້າໜ້າທີ່ພະແນກຕໍາຫລວດຂອງກອງບັນຊາການ ປກສ ເມືອງທຸລະຄົມ ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນເກັບກໍາລາຍລະ ອຽດກັບພວກກ່ຽວຕື່ມ.

ພາບ-ຂໍ້ມູນ: ປກສ ເມືອງທຸລະຄົມ