ເລີ່ມນໍາໃຊ້ລະເດີ້ ໃບ 10 ພັນ 20 ພັນກີບ ໃໝ່ໃໝ່ ຄືດັ່ງທີ່ຂ່າວເສດຖະກິດ-ການຄ້າໄດ້ອອກຂ່າວໄປແລ້ວວ່າ ທະນາຄານແຫ່ງ ສປປ ລາວໄດ້ອອກຖະແຫຼງຂ່າວຈະນຳເອົາທະນະບັດປັບປຸງໃໝ່ ປະເພດໃບ 10000 ແລະ 20000 ພັນກີບ ອອກສູ່ຂອດຈໍລະຈໍໃນທົ່ວສັງຄົມ ເຊິ່ງ ໃບເງິນສອງໃບນີ້ແມ່ນມີ ລັກສະນະໂດຍລວມດັ່ງນີ້:


ເປັນທະນະບັດບໍ່ມີຂອບມີຂະໜາດລວງຍາວຫຼຸດລື່ນກັນ 3 ມມ ຄື: ປະເພດໃບ 10000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ, ໂທນສີຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10.000 ກີບ ແລະ 20.000 ກີບ ລຸ້ນປີ 2003 ທີ່ນໍາໃຊ້ປະຈຸບັນ.
ຄຸນລັກສະນະຕ້ານການປອມແປງ:
1) ເຄື່ອງໝາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫຼືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ;
2) ຕົວໜັງສື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື;
3) ລາຍນໍ້າປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າແລະ ດ້ານຫຼັງ;
4) ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐໐໐໐ ສໍາລັບປະເພດໃບ 10000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐໐໐໐ ສໍາລັບປະເພດໃບ 20000 ກີບ;
5) ຕົວເລກບອກມູນຄ່າ 10000 ແລະ 20000 ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.
ທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ນຳອອກສູ່ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ, ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ທີ່ຈໍລະຈອນໃນປະຈຸບັນແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ ເພາະເປັນການສະໜອງທະນະບັດຮູບແບບປັບປຸງໃໝ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ;
ສໍຳລັບທະນະບັດປະເພດໃບ10000ກີບແລະໃບ20000ກີບລຸ້ນປີ2003ທີ່ນຳໃຊ້ໃນຂອດຈໍລະຈອນ ປະຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກການນຳໃຊ້ ແຕ່ຢ່າງໃດ;
ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນຕໍ່ກັບການນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນຳໃຊ້ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນຄົງຍາວນານ.
ໃນຕໍ່ໜ້າທະນາຄານແຫ່ງ ສປປ ລາວ ຈະໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບອື່ນໆ ໂດຍຄຳນຶງເຖິງຄຸນນະພາບມາດຕະຖານ ແລະ ເຕັກນິກຕ້ານການປອມແປງທີ່ທັນສະໄໝ ເພື່ອໃຫ້ສັງຄົມໄດ້ນຳໃຊ້ທະນະບັດ ຢ່າງມີຄວາມປອດໄພ ສະດວກສະບາຍໃນການຈັບຈ່າຍໃຊ້ສອຍເຂົ້າໃນຊີວິດປະຈຳວັນ.