ໃນຕອນເຊົ້າວັນທີ 4 ກຸມພາ 2022 ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ມີຄະນະພັກ, ຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ, ຄະນະກົມ ແລະ ພະນັກງານຫລັກແຫລ່ງໃນຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມ.


ໃນພິທີ, ຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 15/ຄລສພ, ລົງວັນທີ 25/01/2022 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ເລກທີ 16/ຄລສພ, ລົງວັນທີ 25/01/2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການຄະນະພັກ, ກະຊວງອຸດສາຫະກໍາ ແລະ ການຄ້າ ມາເປັນ ກໍາມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ.


ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຫາຍຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ໃໝ່ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້, ເຊິ່ງຈະເປັນກໍາລັງແຮງປະກອບສ່ວນສໍາຄັນເຂົ້າໃນການນໍາພາ-ຊີ້ນໍາ ວຽກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນ. ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງຂອງຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ, ຄວາມເສຍສະຫລະເພື່ອສ່ວນລວມ, ມີຄວາມສາມັກຄີເປັນເອກະພາບ, ເດັດດຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ.

ໃຫ້ເຊີດຊູຄວາມເປັນແບບຢ່າງໃນການນໍາພາ-ຊີ້ນໍາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການຕ່າງປະ ເທດຂອງພັກ ຢ່າງມີປະສິດທິພາບ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ປະກົດຜົນເປັນຈິງ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.
ຫລັງຈາກນັ້ນ, ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ໃໝ່ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຂັ້ນເທິງ ແລະ ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າໃນການນຳພາ-ຊີ້ນໍາວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນການເປັນເສນາທິການດ້ານວຽກງານຕ່າງປະເທດຂອງພັກ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ມີປະສິດທິຜົນສູງຂຶ້ນ.
ຂ່າວ: ຂປລ