ຈາກຜູ້ໃຊ້ເຟສບຸກ MouNoy Saiyasone ໄດ້ໂພສໃນ ວັນທີ 8 ກຸມພາ 2022 ເວລາປະມານ 08:30 ນາທີ ໂດຍລະບຸຂໍ້ຄວາມໃນໂພສວ່າ: ພົບລຸກບົ່ມ ຢູ່ກາງທາງໜ້າເຮືອນຕົນ ຊຶ່ງທຳອິດຄິດວ່າແມ່ນກ້ອນຫີນ ຊຶ່ງເຫັນເປັນລັກສະນະແປກໆ ຈຶ່ງໄດ້ເຂົ້າໄປເບິ່ງ ປະກົດວ່າ ມັນແມ່ນລູກບົ່ມບີ ທີ່ຍັງບໍ່ທັນແຕກ (ຫຼັງຈາກກວດສອບພາຍຫຼັງຈື່ງຮູ້).
ຈາກຂໍ້ມູນໄດ້ລະບຸອີກວ່າ ເສັ້ນທາງນີຫາກໍ່ຖົມດິນໃໝ່ ຊຶ່ງໝາກບົ່ມບີນີ້ອາດມານຳດິນທີ່ນຳມາຖົມ ຈຸດພິກັດແມ່ນ ບ້ານໜອງກາລິ ເມືອງປາກຊ່ອງ ແຂວງຈຳປາສັກ.
![](https://scontent-ssn1-1.xx.fbcdn.net/v/t39.30808-6/273662446_1204083706666143_6682908584888031855_n.jpg?_nc_cat=102&ccb=1-5&_nc_sid=5cd70e&_nc_eui2=AeHdo2_y1AZMigIIIkWvh2TEVFh46wrHH3xUWHjrCscffGGZtBv7sAsPBqZWP3U_i4MfzpgFEwGfLcWHZs10a26-&_nc_ohc=dM0Aw87I9uEAX9n6fWq&_nc_ht=scontent-ssn1-1.xx&oh=00_AT_94IZCkLGXfizZ9BJ0vX6KZJQ0V8lMui9O9fTtyBsY1w&oe=620896D1)
ສຳລັບບໍລິສັດໃດທີ່ຂຸດດິນມາຖົມກໍໃຫ້ທາງພາກສ່ວນຮັບຜິດຊອບສະເພາະດ້ານເຂົ້າໄປກວດສອບພື້ນທີເພີ່ມຕື່ມ ສ່ວນລະເບີດລູກນີ້ແມ່ນເກັບກູ້ໄປແລ້ວເດີ.