ຕັດສິນໃຈຜິດ ຊີວີດຕິດຄະດີຕະຫຼອດ ແຖມກາຍເປັນຄົນທີ່ສັງຄົມລັງກຽດ ບໍ່ຄວນເອົາເປັນແບບຢ່າງ ເປັນການມ້າງທຳລາຍອະນາຄົດ ຊີວິດມີຫຼາຍສິ່ງຫຼາຍຢ່າງໃຫ້ເຮັດ ແລະ ເປັນປະໂຫຍດຫຼາຍ ບໍ່ຄວນມາຈົບທີ່ຄຸກ ທີ່ຕະລາງອັນສ້າງຄວາມເສຍຫາຍ ແລະ ອັບອາຍຕໍ່ຄອບຄົວທີ່ຢູ່ທາງຫຼັງ.

ໃນວັນທີ 10 ກຸມພາ 2022ນີ້ ເຈົ້າໜ້າທີ່ພະແນກຕຳຫຼວດສຶບສວນ-ສອບສວນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສາມາດກັກຕົວພວກກໍ່ເຫດຊີງຊັບພົນລະເມືອງໄດ້ 02ຄົນ ຄື: ທ້າວ ນຸ່ນແກ້ວ ໄຊກຸສີ ອາຍຸ 32ປີ ອາຊີບກຳມະກອນ ບ້ານທົ່ງນາມີ ເມືອງ ປາກກະດິງ ແຂວງບໍລິຄຳໄຊ ແລະທ້າວ ເພັດສະໄໝ ຫຼືເຕ້ຍ ອາຍຸ 42 ປີ ອາຊີບກຳມະກອນ ບ້ານໂນນສະຫວາດນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ

ເຊິ່ງໄດ້ແຈ້ງຄວາມຈາກຜູ້ເສຍຫາຍ ວ່າ: ໃນເວລາ18ໂມງ 30ນາທີ ຂອງວັນທີ 9 ກຸມພາ2022ນີ້ ຜູ້ເສຍຫາຍໄດ້ຂີ່ລົດຈັກອອກຈາກໂຮງຮຽນ ມສ ໂພນສະຫວັນ ເພື່ອຈະກັບເມືອເຮືອນ ທີ່ບ້ານລັດຕະນະລັງສີໃຕ້ ໂດຍແມ່ນຂັບຂີ່ມາຕາມເສັ້ນທາງລາດສະວົງ ພໍມາຮອດວົງວຽນ ໃກ້ກັບຫ້ອງວ່າການປົກຄອງນະຄອນໄກສອນພົມວິຫານ ໄດ້ມີຄົນຮ້າຍ ຈໍານວນ 02ຄົນ ຂັບຂີ່ລົດຈັກຮອນດ້າເວັບ100ສີຟ້າດຳ ປ້າຍທະບຽນ ຍສ 2429 ສະຫວັນນະເຂດ ທີ່ຂີ່ລົດຈັກມາຮຽງຂ້າງລົດຜູ້ເສຍຫາຍ ສ່ວນຄົນຮ້າຍຜູ້ທີ່ຂັບລົດຈັກແມ່ນໃສ່ເສື້ອແຂນຍາວສີຟ້າ, ຜູ້ນັ່ງຊ້ອນທ້າຍ ແມ່ນໃສ່ໝວກລາຍ, ເສື້ອກິລາແຂນສັ້ນສີສົ້ມ, ນຸ່ງໂສ້ງຂາສັ້ນ.

ທັງສອງໄດ້ລົງມືຈັບເອົາກະເປົ໋າເງິນທີ່ວາງໄວ້ໃນກະຕ່າລົດຈັກ ແລ້ວກໍ່ຂັບຂີ່ລົດຫຼົບໜີ ສ່ວນວ່າເງິນທີ່ຢູ່ໃນກະເປົາທີ່ຄົນຮ້າຍຊີງຊັບໄປນັ້ນ ໃນລວມມີ 10.200.000ກີບ, ໂທລະສັບຍີ່ຫໍ້ໄອໂຟນ 6 ເອັສພລາສສີປອນເງິນ 01ໜ່ວຍ, ໂທລະສັບຫົວເວີຍ 01ໜ່ວຍ, ບັດATM 02ບັດ ຄື: ທະນາຄານກະສິກຳແລະທະນາຄານການຄ້າຕ່າງປະເທດ ແລະບັດປະຈຳຕົວ 01ບັດ

.

ພາຍຫຼັງທີ່ໄດ້ຮັບແຈ້ງຄືແນວນັ້ນທາງຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ ວິຊາສະເພາະ ສົມທົບກັບເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ ລົງກວດກາ ແລະເກັບກຳຂໍ້ມູນ ຈາກຄິບວິດີໂອ ທີ່ທາງພົນລະເມືອງດີໄດ້ບັນທຶກໄວ້ ແລະສາມາດຕິດຕາມ ກັກຕົວເປົ້າໝາຍພວກກໍ່ເຫດໄດ້ 02ຄົນ ທ້າວ ນຸ່ນແກ້ວ ໄຊກຸສີ ແລະທ້າວ ເພັດສະໄໝ ຫຼື ເຕ້ຍມາທຳການສຶບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍ ປະຈຸບັດນທາງເຈົ້າໜ້າທີ່ແມ່ນສາມາດເກັບກູ້ເຄື່ອງຄືນມາໄດ້ ໂທລະສັບໄອໂພນ 01ໜ່ວຍ, ໂທລະສັບຫົວເວີຍ01ໜ່ວຍ, ເງິນເກີບ ຈໍານວນ 3.000.000ກີບ,ບັດເອທີເອັມ 02ບັດແລະບັດປະຈໍາຕົວ 01ບັດ.