ໂຈນຂຶ້ນເຮືອນ ກວດຊັບສິນໄປລວມໆ 300 ລ້ານກີບ

ຍາມນີ້ເຂົ້າຍາກໝາກແພງ, ຄົນຕົກວຽກຫຼາຍ ເສດຖະກິດບໍ່ດີຫາໄດ້ໜ້ອຍຄ່າໃຊ້ຈ່າຍຫຼາຍ ບວກກັບຄວາມໂລບຂອງຄົນທີ່ມີໃນຕົວຢູ່ແລ້ວ ເຮັດໃຫ້ໂຈນຖືກຳເນີດຫຼາຍຂຶ້ນໃຫ້ທຸກຄົນມີສະຕິລະມັດລະວັງ ໄປໃສໃຫ້ມີຄົນເຝົ້າເຮືອນ, ນອນກາງຄືນກໍ່ຢ່າຫຼັບເລີກຈົນເກີນໄປ.

ເບິ່ງເຫດການໂຈນຂຶ້ນເຮືອນ ກາງເດິກຂອງວັນທີ14 ກຸມພາ 2022 ຊ່ວງເວລາ12-1 ໂມງກວ່າ(ກາງເດິກ)ຄົນໃນເຮືອນນອນຫລັບແບບບໍ່ຮູ້ສະຕິ, ຮູ້ເມື່ອຂື້ນມາຕອນ2:00ໂມງເຫັນປະຕູເຮືອນໄຂຫມົດກວດເບີ່ງຊັບສິນເສຍຫາຍໄປ.

ໃນນັ້ນເປັນ ເງິນກີບ150.000.000ກວ່າລ້ານ, ເງິນບາດ80.000 ບາດ,ສ້ອຍຄໍ+ສາຍແຂນຄຳຫນັກ10ບາດລວມມູນຄ່າເສຍຫາຍຕົກຢູ່ປະມານ300.000.000ກວ່າລ້ານ.

ຫລັກຖານມີທັງຮອຍມືຮອຍຕີນ,ໂສ້ງ,ເສື້ອທີ່ຄົນຮ້າຍໃຊ້ມັດໃບຫນ້າ ຖີ້ມຢູ່ບໍລິເວນປ່າໃກ້ເຮືອນຜ່ານການສືບສວນສອບສວນບຸກຄົນທີ່ສົງໄສພົບວ່າມີສທີ່ມີພິລຸດຫລາຍຢ່າງແຕ່ເຈົ້າຫນ້າທີ່ຍັງບໍ່ທັນເຮັດຫຍັງເທື່ອ.

ຈຸດເກີດເຫດ ບ້ານໂກງຕາຢູນ,ເມືອງທ່າແຕງ,ແຂວງເຊກອງ