ລັດວິສາຫະກິດໄປສະນີລາວແຕ່ໃດໆມາເປັນຈຸດບໍລິການຂົນສົ່ງຫໍ່ເຄື່ອງ, ພັດສະດຸໄປຕ່າງປະເທດ ແລະພາຍໃນປະເທດ ປະຊາຊົນລາວຍຸກ 90 ຂຶ້ນມາຕ່າງກໍ່ຮູ້ຈັກກັນດີ ແຕ່ໄລຍະຫຼັງໆມາ ແມ່ນເລີ່ມມີການບໍລິການຂອງບໍລິສັດເອກະຊົນເຂົ້າມາ ໂດຍສະເພາະນັບຈາກມີການເຕີບໃຫຍ່ຂະຫຍາຍຕົວຂອງການຄ້າຂາຍອອນລາຍ ສະນັ້ນ ເພື່ອຮັກສາ ແລະຜັນຂະຫຍາຍພາລະບົດບາດຂອງລັດວິສາຫະກິດໄຟສະນີລາວໃຫ້ສືບຕໍ່ດຳເນີນທຸລະກິດໄດ້ຢ່າງເຂັ້ມແຂງ ບໍລິສັດເອເຊຍການລົງທຶນໄດ້ເຂົ້າຮ່ວມຊື້ຮຸ້ນຂອງໄປສະນີກວ່າເຄິ່ງໜຶ່ງ.

ພິທີເຊັນສັນຍາຊື້-ຂາຍຮຸ້ນ ຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດ ໄປສະນີລາວ ຈຳກັດ, ລະ ຫວ່າງກະຊວງການເງິນ, ຕາງໜ້າໂດຍກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (ບໍລິສັດໃນເຄືອຂອງບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ) ຈັດຂຶ້ນໃນວັນທີ 28 ເມສາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ.


ໂດຍຕາງໜ້າລົງນາມຂອງທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ແລະ ທ່ານ ລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສກຸ່ມບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ປອ ສັນຕິສຸກ ສີມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຫົວໜ້າຫ້ອງການກະຊວງການເງິນ, ຫົວໜ້າກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາຫົວໜ້າກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳຜົນການປະ ມູນຊື້-ຂາຍຮຸ້ນບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້-ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນຮ່ວມກັບບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF), ສະບັບເລກທີ 225/ຫສນຍ, ລົງວັນທີ 18 ກຸມພາ 2022 ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ, ສະບັບເລກທີ 1091/ກງ, ລົງວັນທີ 22 ເມສາ 2022 ວ່າດ້ວຍການອະນຸມັດເຫັນດີໃຫ້ ເຊັນສັນຍາຊື້-ຂາຍຮຸ້ນ ບໍລິສັດ ລັດວິສາຫະກິດໄປສະນີລາວ ແລະ ສັນຍາຮ່ວມຮຸ້ນ ບໍລິສັດ ໄປສະນີລາວ ຈຳກັດ ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ຮ່ວມກັບ ບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF) ໂດຍລັດຖະບານລາວຕາງໜ້າໂດຍ ກະຊວງການເງິນຖືຮຸ້ນ 49% ແລະ ບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ (AIF) ຖືຮຸ້ນ 51%.
ບໍລິສັດ ໂລຈິສຕິກ ເວັນເຈີ ຈໍາກັດ ເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວທີ່ດໍາເນີນທຸລະກິດໃນຫຼາຍຂະແໜງການທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ທະນາຄານ, ການບໍລິການ, ການຂົນສົ່ງ, ໂທລະຄົມ, ໄອທີ, ການພັດທະນາຊອບແວ ແລະ ອື່ນໆ. ພາຍຫຼັງທີ່ບໍລິສັດໄດ້ຮັບການປະມູນຊື້-ຂາຍຮຸ້ນ ຂອງລັດວິສະຫະກິດ ໄປສະນີລາວ, ໂດຍອີງຕາມເອກະສານການປະມູນການຊື້-ຂາຍຮຸ້ນຂອງລັດວິສະຫະກິດ ໄປສະນີລາວ, ກຸ່ມບໍລິສັດ AIF ເປັນຜູ້ຊະນະການປະມູນ, ຄະນະກຳມະການຄົ້ນຄວ້າການຫັນ ລັດວິສະຫະກິດໄປສະນີລາວ ກໍໄດ້ເຫັນດີໃຫ້ບໍລິສັດ AIF ດໍາເນີນການປະເມີນມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວຄືນໃໝ່.

ທາງບໍລິສັດກໍໄດ້ດຳເນີນການຈັດຫາບໍລີສັດ ທີ່ປຶກສາທາງດ້ານການເງິນ ເພື່ອທຳການປະເມີນຮຸ້ນຄືນຕໍ່ກັບມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວ, ຫຼັງຈາກນັ້ນກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພກໍໄດ້ຄັດເລືອກເອົາ ບໍລິສັດ ຫຼັກຊັບ ລາວ-ຈີນ ເປັນຜູ້ປະເມີນຊັບສິນໃນຄັ້ງນີ້.

 

ທັງນີ້, ກໍ່ເພື່ອສືບຕໍ່ການຫັນວິສະຫະກິດຂອງລັດໃຫ້ເປັນທັນສະໄໝພ້ອມທັງເປັນການສະໜອງທຶນໃຫ້ແກ່ງົບປະມານຂອງຊາດນໍາອີກດ້ວຍ.