ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ Zhejiang Energy Group ເປີດເຜີຍວ່າ: ໂຮງໄຟຟ້າ ພະລັງງານຖ່ານຫີນ ຫລີ່ວເຫີງ (Liu Heng) ໂຄງການ 2 ຫາກໍໄດ້ຮັບອະນຸຍາດໃຫ້ກໍ່ສ້າງຈາກແຂວງເຈີຈຽງ (Zhejiang) ເຊິ່ງຈະມີໂຮງງານປະສິດທິພາບສູງ 2 ແຫ່ງ ໂດຍໃຊ້ເຕັກໂນໂລຊີສະອາດ ແບບ USC (ultra-supercritical) ຈະຊ່ວຍສ້າງຄວາມສົມດຸນດ້ານການສະໜອງ ແລະ ຄວາມຕ້ອງການ ດ້ານພະລັງງານໃນແຂວງ ດັ່ງກ່າວ.

ນອກນີ້ ຍັງຈະຊ່ວຍຕອບສະໜອງນະໂຍບາຍ ປັບປ່ຽນສູ່ຄາບອນຕ່ຳ ຂອງແຂວງເຈີຈຽງ ດ້ວຍການເພີ່ມປະສິດທິພາບ ດ້ວຍອັດຕາການຜະລິດກະແສໄຟຟ້າທີ່ຖ່ານຫີນ 254 ກຣາມ ຕໍໍ່ກິໂລວັດ/ຊົ່ວໂມງ ເຊິ່ງຖືວ່າຕ່ຳ ເມື່ອທຽບໃສ່ກັບຄ່າສະເລ່ຍລະດັບຊາດ ຢູ່ທີ່ 302,5 ກຣາມ.

ຈີນ ຈະສ້າງໂຮງໄຟຟ້າຖ່ານຫີນແຫ່ງໃໝ່ອີກ ລວມກຳລັງການຜະລິດ 150 ກິກາວັດ ລະຫວ່າງ ປີ 2021 -2025 ເຮັດໃຫ້ກຳລັງການຜະລິດເພີ່ມຂຶ້ນເປັນ 1.230 ກິກາວັດ ຂອງກຳລັງການຜະລິດ ພະລັງງານໄຟຟ້າຖ່ານຫີນທັງໝົດຂອງປະເທດ.