
Apple ອາດແຊງ Huawei ກັບມາເປັນຜູ້ຜະລິດສະມາດໂຟນອັນດັບສອງຂອງໂລກອີກຄັ້ງ
ໃນຊ່ວງ ສອງສາມປີ ທີ່ຜ່ານມາ Huawei ສ້າງຍອດຂາຍທົ່ວໂລກໄດ້ຢ່າງຫນ້າປະທັບໃຈຫລາຍ ຈົນສາມາດຂຶ້ນແທນອັນດັບສອງຜູ້ຜະລິດສະມາດໂຟນຂອງໂລກ ແຊງຫນ້າ Apple ເປັນຮອງພຽງ Samsung ເທົ່ານັ້ນ ໂດຍ TrendForce ເຜີຍວ່າ ຕະຫລາດສະມາດໂຟນໃນປີນີ້ເຕີບໂຕຂຶ້ນ 9.2%
ປັດຈຸບັນ Samsung ເປັນຜູ້ຜະລິດສະມາດໂຟນອັນດັບຫນຶ່ງຂອງໂລກ ກິນສ່ວນແບ່ງ 20.8% ຕາມມາດ້ວຍ Huawei ກິນໄປ 18% ມີຍອດຂາຍສະມາດໂຟນທັງໝົດ 67.5 ລ້ານຫນ່ວຍໃນໄຕມາດທີ່ຜ່ານມາ ສ່ວນອັນດັບທີ່ສາມແມ່ນ Apple ຄອງສ່ວນແບ່ງຕະຫລາດ 12.4% ເຮັດຍອດຂາຍສະມາດໂຟນໄດ້ທັງໝົດ 46.7 ລ້ານຫນ່ວຍ
ທີ່ຫນ້າສົນໃຈ ຈາກຕົວເລກຂ້າງເທິງນີ້ TrendForce ໄດ້ຄາດການວ່າ Apple ອາດຈະກັບມາແຊງ Huawei ສາມາດເຮັດຍອດຂາຍ iPhone ໄດ້ທັງໝົດ 69 ລ້ານຫນ່ວຍ ຂຶ້ນແທນອັນດັບສອງໄດ້ອີກໃນໄຕມາດທີ່ 4 ຂອງປີນີ້