
ນາຍົກລັດຖະມົນຕີ ຢ້ຽມຢາມ ຣາຊະອານາຈັກກຳປູເຈຍ
ຂປລ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງເຖິງ ນະຄອນຫລວງພະນົມເປັນ ເພື່່ອ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍຢ່າງເປັນທາງການ ຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.
ຂໍຂອບໃຈ ຂ່າວສານປະເທດລາວ